【ພາບລວມ】: ໃນບໍ່ພໍເທົ່າໃດປີມານີ້, ບໍ່ເຕ່ນ ແລະ ບໍ່ຫານໄດ້ເພີ່ມທະວີການຮ່ວມມືໃນຂົງເຂດກິດຈະການກໍ່ສ້າງພື້ນຖານໃນເຂດຮ່ວມມື, ຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການຮ່ວມມືສອງຝ່າຍໃນດ້ານອຸດສາຫະກຳ ແລະ ການກໍ່ສ້າງດ່ານ, ເຮັດໃຫ້ປະສົບຜົນສຳເລັດໃນດ້ານຕ່າງໆ ທີ່ມີປະສິດທິຜົນຕົວຈິງ, ພ້ອມໄດ້ຍົກລະດັບການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ລະຫວ່າງສອງປະເທດ. ທັງໄດ້ຊຸກຍູ້ການຂະຫຍາຍຕົວຕາມເຂດຊາຍແດນ ລາວ ແລະ ຈີນ.
ວັນທີ 28 ມັງກອນຜ່ານມາ, ບໍລິມາດການຂົນສົ່ງສິນຄ້າໃນມື້ດຽວຕາມສາຍທາງລົດ ໄຟ ລາວ-ຈີນ ເບື້ອງທາງຝ່າຍລາວໄດ້ບັນລຸ 20.000 ໂຕນ/ມື້. ນອກນັ້ນ ສະເພາະໃນປີ 2023, ເສັ້ນທາງລົດໄຟ ລາວ-ຈີນ ເບື້ອງທາງຝ່າຍລາວ ໝົດປີໄດ້ບັນລຸຂົນສົ່ງລົດໄຟສິນຄ້າ 4.821 ຖ້ຽວ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 146,3%. ລວມການຂົນສົ່ງສິນຄ້າບັນລຸ 4.089.300 ໂຕນ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 183,1%. ບໍລິສັດເສັ້ນທາງລົດໄຟ ລາວ-ຈີນ ຈຳກັດ ໄດ້ຮ່ວມມືດ້ານການຂົນສົ່ງສິນຄ້າຕາມສາຍທາງລົດໄຟກັບ 26 ແຂວງ ແລະ ນະຄອນຂອງຈີນ, ເຮັດໃຫ້ເສັ້ນທາງລົດໄຟ ລາວ-ຈີນ ກາຍເປັນເສັ້ນທາງຂົນ ສົ່ງສິນຄ້າທີ່ສຳຄັນຂອງສາກົນ.
ວັນທີ 29 ມັງກອນຜ່ານມາ, ເຂດພັດທະນາເສດຖະກິດຄຸນໝິງ (ເຂດທົດລອງການຄ້າເສລີພາກເຂດຄຸນໝິງ) ໄດ້ຈັດກອງປະຊຸມວຽກງານຍາດແຍ່ງການລົງທຶນສຳລັບປີ2024. ກອງປະຊຸມ ໄດ້ເນັ້ນວ່າ: ການຍາດແຍ່ງການລົງທຶນ ແມ່ນຫນ້າທີ່ຕົ້ນຕໍຂອງວຽກງານເສດຖະກິດ, ຮຽກຮ້ອງໃຫ້ສ້າງແນວຄິດທີ່ໜັກແໜ້ນ ຄື: “ຍາດແຍ່ງການລົງທຶນໃຫ້ໄດ້ຫຼາຍ, ໄດ້ໂຄງການໃຫຍ່”. ສົ່ງເສີມແບບວິທີການໃໝ່ທີ່ມີຫົວຄິດປະດິດສ້າງ, ຍາດແຍ່ງການລົງທຶນໃຫ້ໄດ້ດີ ແລະ ຖືກຕ້ອງ, ຮັບປະກັນໃຫ້ວຽກງານໃນປີນີ້ມີການທະລຸໃໝ່.
ວັນທີ 31 ມັງກອນຜ່ານມາ, ເຂດພັດທະນາເສດຖະກິດຄຸນໝິງ (ເຂດພາກທົດລອງການຄ້າເສລີພາກເຂດຄູນມິງ) ໄດ້ຈັດກອງປະຊຸມປຶກສາຫາລືວຽກງານ. ທ່ານລຽງຄຸນ, ເລ ຂາພັກເຂດໄດ້ມີຄວາມເຫັນເນັ້ນໜັກວ່າ: ຕ້ອງກຳແໜ້ນກາລະໂອກາດຍຸດທະສາດ, ຕ້ອງສົ່ງເສີມທ່າແຮງທາງດ້ານນະໂຍບາຍກ່ຽວກັບ “ການເພີ່ມໂອກາດຂອງ 4 ຂົງເຂດວຽກງານ”, ເຊື່ອມຈອດໃຫ້ດີວຽກງານການຫັນປ່ຽນອຸດສາຫະກຳຂອງພາກຕາເວັນອອກ, ສົ່ງເສີມຫົວຄິດປະດິດສ້າງ ແລະ ການເປີດປະຕູສູ່ພາຍນອກຂຶ້ນສູ່ລະດັບໃໝ່, ຊຸກຍູ້ການຂະ ຫຍາຍຕົວດ້ານອຸດສາຫະກຳຂຶ້ນສູ່ລະດັບສູງ. ສຸມໃສ່ສະພາບແວດລ້ອມການດຳເນີນທຸລະກິດຫັນເປັນຕະຫຼາດ, ເຮັດໃຫ້ຜູ້ດຳເນີນທຸລະກິດມີຄວາມເພິ່ງພໍໃຈປະສົບຜົນສຳເລັດ ແລະ ມີຄວາມສຸກ.
ໃນບໍ່ພໍເທົ່າໃດມື້ຜ່ານມານີ້, ພາກສ່ວນກໍ່ສ້າງໃໝ່ເສັ້ນທາງລົດໄຟ ແຕ່ ບໍ່ເຕ່ນ-ນະ ຄອນຫລວງວຽງຈັນ ໄດ້ຮັບລາງວັນວິສະວະກຳກໍ່ສ້າງປີ 2022-2023 (ໂຄງການຕ່າງປະ ເທດ) ແມ່ນລາງວັນທີ່ມີຄຸນນະພາບໃນໂຄງການກໍ່ສ້າງຂອງຈີນ, ເຊິ່ງເສັ້ນທາງລົດໄຟດັ່ງ ກ່າວ ຢູ່ເບື້ອງພາຍໃນປະເທດລາວ ມີຄວາມຍາວ 414 km, ປະຈຸບັນນີ້ ເສັ້ນທາງລົດໄຟ ລາວ-ຈີນ ໄດ້ກາຍເປັນໂຄງການຕົວແບບໃນການລົງເລິກການຮ່ວມມືລະຫວ່າງສອງປະ ເທດ.
ວັນທີ 1 ກຸມພານີ້, ຕາມຂໍ້ມູນຈາກພາສີຄຸນມິງ, ໃນປີ 2023, ການສົ່ງອອກດອກໄມ້ສົດແຂວງຢູນໜານ ບັນລຸໄດ້ 570 ລ້ານຢວນຈີນ. ໃນນັ້ນ, ສະເພາະດອກໄມ້ຂາອອກທີ່ສົ່ງອອກຜ່ານດ່ານທາງບົກ ບໍ່ຫານ ບັນລຸ 150 ລ້ານຢວນຈີນ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 39,3%, ອັນໄດ້ກາຍເປັນດ່ານທາງບົກຊາຍແດນທີ່ມີຂາອອກດອກໄມ້ຫຼາຍກວ່າໝູ່ໃນທົ່ວປະເທດຈີນ.
ໃນບໍ່ພໍເທົ່າໃດມື້ຜ່ານມານີ້, ໃນກອງປະຊຸມແຈ້ງຂ່າວຂອງສອງກອງປະຊຸມໃຫຍ່ແຂວງຢູນໜານ ປີ 2024 ໄດ້ຊີ້ໃຫ້ເຫັນວ່າ: ໃນປີຜ່ານມາ ແຂວງຢູ່ນໜານ ໄດ້ເອົາການສ້າງດ່ານແບບທັນສະໄໝເປັນຈຸດເລີ່ມ, ເຮັດໃຫ້ການຜ່ານດ່ານມີຄວາມສະດວກກວ່າເກົ່າ, ມີການທະລຸທີ່ມີລັກສະນະປະຫວັດສາດ. ເມື່ອມໍ່ໆ ຜ່ານມານີ້, ໃນກອງປະຊຸມຂ່າວຄັ້ງທຳອິດຂອງສອງກອງປະຊຸມໃຫຍ່ແຂວງຢູນໜານ ກ່ຽວກັບຂ່າວ “ຊຸກຍູ້ພ້ອມກັນ 3 ເສດຖະ ກິດໃຫຍ່” ໄດ້ຊີ້ໃຫ້ເຫັນວ່າ: ໃນປີ 2023, ມູນຄ່າສິນຄ້າຂາເຂົ້າ-ຂາອອກຂອງດ່ານແຂວງ ຢູນໜານ ບັນລຸໄດ້ 224,2 ຕື້ຢວນຈີນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 8,7%. ປະລິມານສິນຄ້າ ຂາເຂົ້າ-ຂາອອກ ບັນລຸໄດ້ 39,036 ລ້ານໂຕນ, ທຽບປີຜ່ານມາເພີ່ມຂຶ້ນ 32,2%. ມີຜູ້ໂດຍສານ ເຂົ້າ-ອອກ ຜ່ານຊາຍແດນເຖິງ 14.284 ລ້ານຖ້ຽວຄົນ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 890%. ຍານພະຫະນາຂົນສົ່ງເຂົ້າ-ອອກຊາຍແດນ ລວມ 2.481 ລ້ານຖ້ຽວ (ຄັນລົດ ແລະ ລຳເຮືອ), ທຽບປີຜ່ານມາເພີ່ມຂື້ນ 168.1%. ນອກນັ້ນ ໃນປີ 2023, ລວມເງິນລົງທືນ 60 ລ້ານຢວນຈີນ ເພື່ອສະໜັບສະໜູນໃຫ້ແກ່ການກໍ່ສ້າງພື້ນຖານຕາມດ່ານບໍ່ຫານ, ເຮີໂຄ, ຢຸຍລີ, ວານຕິງ, ໂຮຊຽວ, ຊິງຊຸຍເຮີ, ທຽນປາວ ແລະ ທ່າເຮືອກວນເລີຍ.
ໂດຍອາໃສຖ້ຽວລົດໄຟທ່ອງທ່ຽວສາກົນຂ້າມແດນ, ອັນໄດ້ກາຍເປັນຈຸດເດັ່ນໜຶ່ງຂອງການທ່ອງທ່ຽວຂ້າມແດນ ຈີນ-ລາວ. ຕາມສະຖິຕິຂອງດ່ານກວດຄົນ ເຂົ້າ-ອອກ ບໍ່ຫານແຂວງຢູນໜານ, ພາຍຫຼັງທີ່ມີການເປີດສາຍທາງລົດໄຟທ່ອງທ່ຽວສາກົນ ຈີນ-ລາວ ມານີ້, ເຖິງວັນທີ 7 ມັງກອນຜ່ານມາ, ໄດ້ກວດຜ່ານຖ້ຽວລົດໄຟທັງໝົດ 542 ສາຍ, ມີຜູ້ໂດຍ ສານເຖິງ 119.200ຄົນ (ທີ່ມາຈາກ 75 ປະເທດ ແລະ ເຂດ). ທ່ານທອງຫລໍ່ ດວງສະ ຫວັນ, ຫົວໜ້າບັນນາທິການໜັງສືພິມພາສາຕ່າງປະເທດ (VientianeTime) ໄດ້ມີຄວາມເຫັນວ່າ: ສປປ ລາວ ມີຄວາມຫວັງໂດຍອີງໃສ່ທ່າແຮງທາງດ້ານທີວທັດທຳມະຊາດ ແລະ ແບບການດຳລົງຊີວິດທີ່ເປັນມູນເຊື້ອ ເພື່ອດຶງດູດເອົານັກທ່ອງທ່ຽວສາກົນ, ໃນນັ້ນ ລວມທັງນັກທ່ອງທ່ຽວຈີນ, ເຊິ່ງການເປີດສາຍທາງລົດໄຟ ລາວ-ຈີນ ໄດ້ອຳນວຍຄວາມສະ ດວກໃຫ້ແກ່ບັນດານັກທ່ອງທ່ຽວທັງຫຼາຍ.
commendatory